ວິດີໂອ ແລະ ແຜ່ນພັບ ທີ່ມີຂໍ້ມູນຂ່າວສານກ່ຽວກັບວັກຊີນເຫຼົ່ານີ້ ແມ່ນອອກແບບ ໂດຍອີງໃສ່ປຶ້ມຕິດຕາມສຸຂະພາບແມ່ ແລະ ເດັກ ທີ່ຫຼາຍຄົນຄຸ້ນເຄີຍ ແລະ ເຊື່ອໝັ້ນ ເຊິ່ງບັນດາສື່ດັ່ງກ່າວນີ້ ແມ່ນເພື່ອໃຫ້ເຮົາເຂົ້າໃຈເຖິງຄຸນຄ່າຂອງວັກຊີນຕ່າງໆ ໄດ້ດີຂຶ້ນ.
ວິດີໂອເຫຼົ່ານີ້ ຈະມີເນື້ອໃນທີ່ເຂົ້າໃຈງ່າຍ ແລະ ມີຫຼາຍພາສາ ເຊັ່ນ: ພາສາລາວ, ກຶມມຸ, ມົ້ງ, ອາຄາ, ອັງກິດ ແລະ ພາສາອື່ນໆອີກ ເພື່ອອຳນວຍຄວາມສະດວກໃນການປົກປ້ອງລູກຫຼານ ແລະ ຊຸມຊົນຂອງພວກເຮົາ.
ສຳລັບຂໍ້ມູນເພີ່ມຕື່ມ, ເຂົ້າໄປທີ່ ຊ່ອງຢູທູບ ຂອງ ກະຊວງສາທາລະນະສຸກ: