Lao People’s Democratic Republic’s
National Immunization Technical Advisory Group
(Lao-NITAG)
ຄະນະທີ່ປຶກສາດ້ານວິຊາການວັກຊີນກັນພະຍາດແຫ່ງຊາດ
ເບິ່ງວິດີໂອແນະນຳຕ່າງໆໄດ້ທີ່ EPI Lao PDR
Lao People’s Democratic Republic’s
National Immunization Technical Advisory Group
(Lao-NITAG)
ຄະນະທີ່ປຶກສາດ້ານວິຊາການວັກຊີນກັນພະຍາດແຫ່ງຊາດ
ຄະນະທີ່ປຶກສາດ້ານວິຊາການວັກຊີນກັນພະຍາດແຫ່ງຊາດ (Lao-NITAG) ໄດ້ຖືກສ້າງຕັ້ງຂຶ້ນພາຍໃຕ້ ດຳລັດຂອງກະຊວງ ສະບັບເລກທີ 1228/ ກຊ.ສທ, ອອກເມື່ອວັນທີ 23 ມິຖຸນາ 2017, ນະຄອນຫຼວງວຽງຈັນ, ສປປ ລາວ. ຄະນະກຳມະການ Lao-NITAG ແມ່ນຊ່ຽວຊານດ້ານວິຊາການໃດໜຶ່ງ ທີ່ບໍ່ປະຈຳການ ສ້າງຕັ້ງຂື້ນເພື່ອໃຫ້ຄຳແນະນຳດ້ານວິຊາການວັກຊີນກັນພະຍາດບົນພື້ນຖານຫຼັກຖານດ້ານວິທະຍາສາດ, ເສດຖະກິດ ແລະ ວັດທະນະທຳສັງຄົມ ໃຫ້ກະແກ່ກະຊວງສາທາລະນະສຸກ.
Lao-NITAG ແມ່ນເວທີທາງດ້ານວິຊາການລະດັບຊາດທີ່ນຳພາກ່ຽວກັບການວັກຊີນກັນພະຍາດໃນ ສປປ ລາວ ດໍາເນີນການພາຍໃຕ້ມາດຕະຖານສູງສຸດດ້ານຄວາມທ່ຽງທຳ, ຄວາມຊື່ສັດ ແລະ ກົງກັບຈຸດມຸ້ງໝາຍ.
Lao-NITAG ເຮັດວຽກໂດຍມີການປຶກສາຫາລືກັບຄະນະກໍາມະການປະສານງານລະຫວ່າງກະຊວງ (ICC), ຄະນະກໍາມະການແຫ່ງຊາດ ສຳລັບການຢັ້ງຢືນການລົບລ້າງພະຍາດໂປລິໂອ ແລະ ການຢັ້ງຢືນການກຳຈັດພະຍາດໝາກແດງ (NCC/NVC), ຄະນະກຳມະການເຫດປະຕິປັດພາຍຫຼັງການໃຫ້ວັກຊີນກັນພະຍາດ (National AEFI Experts Commitee), ແລະ ກົມອາຫານ ແລະ ຢາ (FDD/NRA).